ເຕັນເປົ່າລົມຊົງເຮືອນ ເຄື່ອງນອນຄົບພ້ອມເຂົ້າພັກ ມີຜ້າຄຸມກັນຝົນ ແລະ ນ້ຳໝອກທຸກຫຼັງ ກະຈາຍເທິງເດີ່ນຫຍ້າເປີດໂລ່ງທີ່ເຫັນແນວພູບໍລະເວນອ້ອມຮອບ ໜ້າເຕັນມີຊຸດໂຕະ ແລະ ຕັ່ງໄມ້ສຳລັບນັ່ງພັກຜ່ອນ
ກາງລານມີບ່ອນກໍ່ໄຟພ້ອມມ້ານັ່ງໄມ້ອ້ອມວົງສຳລັບຄໍ່າຄືນເທິງພູພຽງ ແລະ ສາລາມຸງຫຍ້າສຳລັບນັ່ງພັກຜ່ອນຮ່ວມກັນ ແສງໄຟປະດັບທົ່ວບໍລິເວນຕອນຄໍ່າ
ສິ່ງທີ່ແຂກຜູ້ມາພັກມັກກ່າວເຖິງສະເໝີຄືຫ້ອງນ້ຳລວມທີ່ສະອາດເປັນພິເສດ — ຄວາມສະອາດຂອງຫ້ອງນ້ຳຄືສິ່ງທີ່ທົ່ງຫວາຍຖືເປັນຫົວໃຈຂອງການບໍລິການ ທີມງານດູແລທຳຄວາມສະອາດສະໝ່ຳສະເໝີຕະຫຼອດທັງວັນ ໃຫ້ຄໍ່າຄືນໃນເຕັນສະບາຍກາຍສະບາຍໃຈ ບໍ່ຕ່າງຈາກການພັກໃນເຮືອນ